ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 20 ຄົນ ​ຈາກ​ເຫດການ​ໂຈມ​ຕີ​ຢູ່​ແຫຼມ​ກາ​ຊາ

     ອີງ​ຕາມ​ຂ່າວສານ​ຊິນ​ຮວາ​ແຈ້ງ​ໃຫ້​ຮູ້​ໃນ ​ວັນ​ທີ 25 ມັງກອນ 2024 ນີ້​ວ່າ: ກອງທັບ​ອິດ​ສະ​ຣາ​ແອນ ໄດ້​ຍິງ​ໂຈມ​ຕີ​ໃສ່​ເດີ່ນ ກູ​ເວດ
ໃນ​ແຫຼມ​ກາ​ຊາ ທີ່​ເຕັມ​ໄປ​ດ້ວຍ​ຊາວ​ປະ​ແລັດ​ສະ​ຕີນ​ ພວມ​ລໍຖ້າ​ການ​ຊ່ວຍເຫຼືອ​ລ້າ​ທາງ​ມະນຸດສະທຳ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ
20 ຄົນ ແລະ ບາດເຈັບ​ອີກ​ຫຼາຍ​ກວ່າ 150 ຄົນ.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ຍອດ​ຜູ້​ເສຍ​ຊີວິດ​ຈາກ​ເຫດການ​ດັ່ງກ່າວ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ​ຈຳນວນ​ຫຼາຍ ເນື່ອງ​ຈາ​ກວ່າ ມີ​ຜູ້​ໄດ້​ຮັບ​ບາດ
ເຈັບ​ສາເຫດ​ຫຼາຍ​ຄົນ ແລະ ການ​ແພດ​ໃນ​ໂຮງໝໍ​ທ້ອງຖິ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ຂາດເຂີນ. ຝ່າຍ​ກຳລັງ​ປ້ອງ​ກັນ​ຊາດ​ອິດ​ຣາ​ແອນ ຍັງ​ບໍ່​ມີ​
ການ​ເປີດເຜີຍ​ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ເທື່ອ.

     ເດີ່ນ​ກູ​ເວດ ແມ່ນ​ຕັ້ງ​ຢູ່​ຖະໜົນ ຊາ​ລາ ອາ​​ລ ດິນ , ທາງ​ທິດຕາເວັນອອກ​ສ່ຽງ​ໃຕ້​ຂອງ​ເມືອງ​ກາ​ຊາ. ຖະໜົນ​ດັ່ງກ່າວ​ເປັນ​ເສັ້ນທາງ
​ແຕ່​ເໜືອ​ຮອດ​ໃຕ້​ໃນ​ແຫຼມ​ກາ​ຊາ ແລະ ກອງທັບ​ອິດ​ສະ​ຣາ​ແອນ ໄດ້​ຕັ້ງ​ຈຸດ​ກວດ​ຍາມ​ໃກ້​ກັບ​ຖະໜົນ​ດັ່ງກ່າວ ເພື່ອ​ແຍກ​ເມືອງ ກາ​ຊາ
ຈາກ​ເຂດ​ພາກ​ໃຕ້ ໂດຍ​ການ​ຈັດ​ວາງ​ກຳລັງ​ປືນ​ໃຫຍ່ ແລະ ລົດດຸດ​ໃນ​ເຂດ​ດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/01/2024